ສູນພາສາຍີ່ປຸ່ນ Milin Japanese Language Center

ຫຼັກສູດການຮຽນການສອນພາສາຍີ່ປຸ່ນແຕ່ສູນຈົນເວົ້າໄດ້ຂອງສູນມິລິນ:
ພາກທີ 1: ພື້ນຖານການຂຽນ (1-2 ອາທິດທຳອິດ)
ຮຽນຮູ້ການອ່ານ ແລະ ການຂຽນ
* Hiragana (ຮິຣະງະນະ): ຕົວອັກສອນຫຼັກ 46 ຕົວ ຕ້ອງຈື່ໃຫ້ແມ້ນ ເພາະເປັນພື້ນຖານຂອງທຸກຢ່າງ.
* Katakana (ຄະຕະຄະນະ): ເອົາໄວ້ຂຽນຄຳທັບສັບຈາກຕ່າງປະເທດ (ເຊັ່ນ: ໂຄ້ກ, ຄອມພິວເຕີ). ພວກນີ້ອາດຈະຈື່ຍາກໜ້ອຍໜຶ່ງເພາະຮູບຮ່າງມັນຄ້າຍກັນ.
* ການອອກສຽງ: ຮຽນຮູ້ສຽງສັ້ນ-ຍາວ (ເຊັ່ນ Obasan ປ້າ vs Obaasan ຍ່າ/ຍາຍ) ແລະ ສຽງກັກ (ຕົວ tsu ນ້ອຍ).
ພາກທີ 2: ໄວຍາກອນພື້ນຖານ ແລະ ຄຳສັບ (ລະດັບ N5)
ຮຽນຮູ້ການສ້າງປະໂຫຍກ
* ໂຄງສ້າງປະໂຫຍກ: ຍີ່ປຸ່ນຈະໃຊ້ (ປະທານ-ກຳ-ກິລິຍາ). ຝຶກໃຊ້ຄຳຊ່ວຍ (Particles) ເຊັ່ນ は (wa), が (ga), を (o), に (ni) ເຊິ່ງເປັນຫົວໃຈຂອງພາສາຍີ່ປຸ່ນ.
 * ຮູບແບບສຸພາບ (Masu Form): ຮຽນການຜັນກິລິຍາພື້ນຖານ ເພື່ອໃຫ້ເວົ້າກັບຄົນຍີ່ປຸ່ນໄດ້ຢ່າງສຸພາບ.
* ຄັນຈິ (Kanji) ເບື້ອງຕົ້ນ: ເລີ່ມຈື່ຕົວງ່າຍໆ ສັກ 100 ຕົວ (ເຊັ່ນ ດິນ, ນ້ຳ, ລົມ, ໄຟ, ຄົນ).
ພາກທີ 3: ການສື່ສານໃນຊີວິດປະຈຳວັນ (ລະດັບ N4)
ຮຽນຮູ້ການເວົ້າ
 * ຮູບທຳມະດາ (Plain Form): ເອົາໄວ້ລົມກັບໝູ່ ຫຼື ຄົນສະໜິດ.
* ການເຊື່ອມປະໂຫຍກ: ຮຽນຮູ່ວິທີເວົ້າວ່າ "ເພາະວ່າ...", "ເຖິງແມ່ນວ່າ...", "ຫຼັງຈາກທີ່..." ເພື່ອໃຫ້ປະໂຫຍກເບິ່ງເປັນທຳມະຊາດ.
 * Shadowing: ເລີ່ມຝຶກເວົ້າຕາມຄລິບສຽງສັ້ນໆ ເພື່ອລອກແບບສຳນຽງ ແລະ ຈັງຫວະການເວົ້າ.
ພາກທີ 4: ຂ້າມຜ່ານກຳແພງຄວາມອາຍ (ການຝຶກເວົ້າຕົວຈິງ)
ຮຽນຮູ້ການນໍາໃຊ້ຕົວຈິງ:
* ເວົ້າກັບຕົວເອງ: ລອງບັນຍາຍສິ່ງອ້ອມຕົວເປັນພາສາຍີ່ປຸ່ນໃນຫົວ.
* Input ຫຼາຍໆ: ເບິ່ງອານິເມະ ຫຼື ຊີຣີສ໌ ໂດຍເປີດຊັບ (Subtitle) ພາສາຍີ່ປຸ່ນ ເພື່ອໃຫ້ຫູເຄີຍກັບສຳນຽງແທ້.
💡 ເຄັດລັບລັດ (Shortcuts)
* ຢ່າຢ້ານຜິດ: ຄົນຍີ່ປຸ່ນໃຈດີກັບຄົນຕ່າງປະເທດທີ່ພະຍາຍາມເວົ້າພາສາເຂົາເຈົ້າຫຼາຍ. ຜິດໄປເລີຍ, ດຽວເຂົາເຈົ້າຊ່ວຍແປງໃຫ້.
* ຈື່ເປັນປະໂຫຍກ: ຢ່າມົວແຕ່ທ່ອງສັບເທື່ອລະຄຳ, ໃຫ້ຈື່ "ວະລີ" ຫຼື "ປະໂຫຍກສຳເລັດຮູບ" ໄປເລີຍ ຈະໄດ້ຢິບມາໃຊ້ໄດ້ທັນທີ.
* ຄວາມສະໝໍ່າສະເໝີ: ຮຽນມື້ລະ 15 ນາທີ ດີກວ່າຮຽນ 5 ຊົ່ວໂມງບາດດຽວ